
7 ວິທີທີ່ເຮັດໃຫ້ປະສົບຜົນສຳເລັດກັບທຸກໆຢ່າງ
1. ເລີ່ມຈາກພື້ນຖານງ່າຍໆ ຕ້ອງຖາມໂຕເອງກ່ອນວ່າຈະເຮັດຫຍັງ ຕ້ອງພະຍາຍາມຕັ້ງເປົ້າໝາຍ ແລະ ຕັ້ງໃຈເຮັດໃຫ້ເຕັມທີ່ກັບທຸກໆທີ່ເຈົ້າເຮັດ
2. ຄວາມສຳເລັດອາດຈະບໍ່ໄດ້ເກີດຄັ້ງດຽວທີ່ເຈົ້າເຮັດ ເຈົ້າອາດຈະຕ້ອງໄດ້ເຮັດຊ້ຳໆ ເຮັດຫຼາຍເທື່ອ ອາດຈະຜິດຫວັງແຕ່ກໍ່ບໍ່ເປັນຫຍັງ ໃຫ້ຄວາມລົ້ມເຫຼວເປັນບົດຮຽນ ແລະ ປະສົບການ ເພື່ອປ້ອງກັນຄວາມຜິດພາດຊ້ຳໆໃນເລື່ອງເກົ່າຕໍ່ໆໄປ
3. ບໍ່ມີໃຜສາມາດຢູ່ຄົນດຽວໄດ້ ການຂໍຄວາມຊ່ວຍເຫຼືອ ຫຼື ຂໍຄຳແນະນຳຈາກຄົນອື່ນ ກໍ່ໄດ້ບໍ່ເປັນຫຍັງ ຖ້າມັນຈະເຮັດໃຫ້ເຈົ້າພັດທະນາຂຶ້ນ
4. ເຮັດໃຫ້ດີທີ່ສຸດຢ່າຍອມແພ້ກ່ອນເດັດຂາດ ເພາະທຸກໆຄັ້ງທີ່ເຈົ້າຍອມແພ້ນັ້ນໝາຍເຖິງວ່າເຈົ້າຕ້ອງໄດ້ເລີ້ມນັບໜຶ່ງໃໝ່ໃນຄັ້ງຕໍ່ໆໄປ
5. ຕ້ອງຫາແຮງບັນດານໃຈຈາກຄົນທີ່ປະສົບຜົນສຳເລັດແລ້ວ ເພື່ອເຮັດໃຫ້ໂຕເອງມີແຮງພັກດັນ ແລະ ເປັນກຳລັງໃຈທີ່ດີສຳລັບການກ້າວໄປສູ່ຄວາມສຳເລັດ
6. ວາງແຜນ ເພາະຄວາມສຳເລັດທີ່ແທ້ຈິງບໍ່ໄດ້ຂຶ້ນກັບທຸກຄົນ ຄວບຄຸມການໃຊ້ຊີວິດຂອງຕົນເອງຢ່າງເປັນລະບົບ ແລະ ເຮັດຕາມເປົ້າໝາຍຂອງຕົນເອງ ໃຊ້ໂຕເອງເປັນມາດຕະຖານ ຢ່າປຽບທຽບກັບຄົນອື່ນ ເພາະຄຳວ່າ ຄວາມສຳເລັດຂອງແຕ່ລະຄົນນັ້ນບໍ່ຄືກັນ
7. ຮັບຮູ້ ຮັບຟັງ ຮຽນຮູ້ ແລະ ເຂົ້າໃຈສິ່ງຕ່າງໆ ເພາະຄວາມຮູ້ຄືພະລັງທີ່ຈະເຮັດໃຫ້ເຈົ້າປະສົບຄວາມສຳເລັດ